ຄໍາຖາມ ແລະ ຄໍາຕອບ

1, Mocha ແມ່ນຫຍັງ?

- Mocha ເປັນແອັບພິເຄຊັ່ນສົນທະນາ ສຳລັບສົ່ງຂໍ້ຄວາມ,ໂທສຽງ ຫຼື ວີດີໂອຟຣີແບບບໍ່ເສຍດາຕ້າ ແລະ ອີກຄວາມບັນເທິງທີ່ຫຼາກຫຼາຍ ເຊິ່ງສ້າງຂື້ນໂດຍ Unitel ຊ່ວຍໃຫ້ທ່ານສາມາດສົນທະນາກັບໝູ່ເພື່ອນ ພ້ອມທັງມີຫຼາກຫຼາຍຟັງຊັ່ນທີ່ໜ້າສົນໃຈ. Mocha ທຸກຄວາມບັນເທີງໃນແອັບດຽວ
- ຄຽງຄູ່ກັບບັນດາຟັງຊັ່ນຫຼັກເຊັ່ນ : ສົ່ງຂໍ້ຄວາມ, ສົນທະນາແບບເປັນກຸ່ມ, ຂໍ້ຄວາມສຽງ, ສົ່ງຮູບພາບ, ສົ່ງນາມບັດ, Mocha ຍັງມີຟັງຊັ່ນໂດດເດັ່ນ ທີ່ແອັບພິເຄຊັ່ນອື່ນບໍ່ມີ :

2, ຈະລົງທະບຽນ ແລະ ສ້າງບັນຊີຜູ້ໃຊ້ງານດ້ວຍວິທີໃດ?

ຜູ້ໃຊ້ ນໍາໃຊ້ເບີໂທສ່ວນຕົວຂອງຕົນເອງ ເພື່ອລົງທະບຽນ ແລະ ເປີດໃຊ້ງານບັນຊີ Mocha ຕາມຂັ້ນຕອນດັ່ງນີ້​ :
- ໃສ່ເບີໂທລະສັບ ເພື່ອເອົາລະຫັດເປີດໃຊ້ງານຈາກສູນຂໍ້ຄວາມ Mocha
- ນຳໃຊ້ລະຫັດທີ່ໄດ້ຮັບເພື່ອເປີດນຳໃຊ້ບັນຊີ Mocha

3, ເຂົ້າສູ່ລະບົບ Mocha ດ້ວຍວິທີໃດ?

ທ່ານສາມາດນໍາໃສ່ເບີໂທສ່ວນຕົວເພື່ອເຂົ້າສູ່ລະບົບ Mocha.

4, ເມື່ອຕ້ອງການປ່ຽນລະຫັດເຂົ້າລະບົບຕ້ອງເຮັດແນວໃດ?

ສຳລັບ Mocha, ທ່ານບໍ່ຈໍາເປັນຕ້ອງໃສ່ລະຫັດດັ່ງກ່າວ ເພາະວ່າລະບົບຈະຮອງຮັບເບີໂທຂອງທ່ານແບບອັດຕະໂນມັດໃນການເຂົ້າສູ່ລະບົບ. ເພື່ອຮັບປະກັນການໃຊ້ງານ ແລະ ຮັກສາຄວາມລັບໃຫ້ແກ່ລູກຄ້າ.

5. ເພື່ອນຳໃຊ້ Mocha ຈະຕ້ອງໄດ້ເສຍຄ່າບໍລິການບໍ່?

ປັດຈຸບັນ Mocha ແມ່ນບໍ່ໄດ້ຄິດໄລ່ຄ່າບໍລິການໃດໆຈາກຜູ້ນຳໃຊ້. Mocha ແມ່ນແອັບພິເຄຊັ່ນສົ່ງຂໍ້ຄວາມຟຣີ. ໃນກໍລະນີທີມີການຕັດເງີນ ອາດເນື່ອງມາຈາກຜູ້ໃຊ້ ໄດ້ດາວໂຫຼດ Mocha ຈາກເວັບໃດໜື່ງທີ່ບໍ່ມີທີ່ມາຊັດເຈນ. ກະລຸນາອັບເດດ ຫຼື ດາວໂຫຼດເວີຊັ່ນໃໝ່ ເຊິ່ງໄດ້ຮັບການພັດທະນາຂື້ນໂດຍ Unitel ທີ່ເວັບໄຊ http://mocha.com.la. ອີເມວສຳລັບໃຫ້ຄວາມຊ່ວຍເຫຼືອ : vas@unitel.com.la

6, Mocha ມີຟັງຊັ່ນຫຍັງທີ່ໂດດເດັ່ນ?

- ບັນດາຟັງຊັ່ນຫຼັກຂອງ Mocha - Free data (ນຳໃຊ້ຟຣີດາຕ້າ ສຳລັບການແຊັດ ແລະ ຫລິ້ນໂຊຊ່ຽວ): ລູກຄ້າຈະສາມາດນຳໃຊ້ໄດ້ໂດຍບໍ່ເສຍຄ່າດາຕ້າໃນເວລາສົ່ງຂໍ້ຄວາມ, ການໂທສຽງ&ວີດີໂອ, ການໂພສຮູບ ຫລື ສືຕ່າງໆໃນໂຊຊ່ຽວ ແລະ ການອ່ານຂ່າວຜ່ານທາງແອັບ Mocha, ສະນັ້ນໃນກໍລະນີທີ່ທ່ານບໍ່ມີເງິນໃນບັນຊີ ຫລື ດາຕ້າໝົດ, ລູກຄ້າກໍ່ບໍ່ຕ້ອງກັງວົນ. ຈະບໍ່ສາມາດຕິດຕໍ່ຫາເຂົາເຈົ້າໄດ້

- Call out (ຮັບ 25 ນາທີ ໂທອອກ ຟຣີ ແລະ ດາຕ້າ 500MB ກັບ Mocha ສຳຫລັບ ລູກຄ້າ ທີ່ສະຫມັກ ແອັບ Mocha ໃຫມ່): ລູກຄ້າໄດ້ຮັບ 25 ນາທີ ໂທອອກ(call out) ຢູ່ໃນແອັບ Mocha ສຳຫລັບ ລູກຄ້າ ທີ່ສະຫມັກ ແອັບ Mocha ໃຫມ່ ເຊີ່ງສາມາດໂທຫາເບີ Unitel ທີ່ລົງທະບຽນໃຊ້ Mocha ແລ້ວ ຫລື ຍັງບໍ່ທັນລົງທະບຽນກໍ່ຕາມ

- SMS out (ສົ່ງຂໍ້ຄວາມ SMS ອອກແບບບໍ່ຈຳກັດເມື່ອນຳໃຊ້ Mocha): ລູກຄ້າສາມາດ ສົ່ງຂໍ້ອອກເປັນ SMS ປົກກະຕິຫາເບີ Unitel ອື່ນໄດ້ໂດຍບໍ່ເສຍຄ່າບໍລິການໃດໆ ບໍ່ວ່າເບີທີ່ຕ້ອງການສົ່ງຈະໄດ້ລົງທະບຽນໃຊ້ Mocha ແລ້ວ ຫລື ຍັງບໍ່ທັນລົງທະບຽນກໍ່ຕາມ

- Listen together(ແບ່ງປັນຄວາມຮູ້ສຶກຜ່ານສຽງເພງທີ່ຟັງໄປພ້ອມໆກັນ): ທ່ານສາມາດຟັງເພງໄປພ້ອມໆກັບຄົນທີ່ທ່ານຢາກໃຫ້ເຂົາໄດ້ຍິນໄປພ້ອມກັບທ່ານຜ່ານ listen together ຢູ່ໃນຫ້ອງແຊັດໂດຍບໍ່ເສຍດາຕ້າ

- Voice sticiker(ສະຕິກເກີ້ສຽງເປັນພາສາລາວ): ທ່ານສາມາດສົ່ງສະຕິກເກີ້ສຽງເປັນພາສາລາວໃຫ້ກັບຄົນທີ່ທ່ານແຊັດນຳ ເຊິ່ງມີຫລາກຫລາຍໃຫ້ທ່ານເລືອກ

- Music(ອັບເດດເພງໃໝ່ທຸກມື້ ແລະ ຟັງຟຣີບໍ່ເສຍດາຕ້າ): ມີເພງທີ່ຫຼາກຫລາຍທັງໃນແລະຕ່າງປະເທດໃຫ້ທ່ານເລືອກຟັງໂດຍບໍ່ເສຍດາຕ້າ ເຊິ່ງມີການອັບເດດຢູ່ທຸກໆມື້ ມີີການຈັດອັນດັບໃຫ້ ແບ່ງເປັນໝວດໝູ່ລະອຽດໃຫ້ທ່ານ ເລືອກຟັັງຕາມສະຕາຍຂອງຕົນເອງ

- Live TV, video(ຊ່ອງໂທລະພາບ ແລະວີດີໂອ): ທ່ານສາມາດເບິ່ງໂທລະພາບອອນລາຍແບບສົດໆໄດ້ທຸກທີ່ທຸກເວລາ ມີຊ່ອງໂທລະພາບທີ່ຫຼາກຫຼາຍ ບໍ່ວ່າຈະເປັນຊ່ອງສາລະຄະດີ, ຄວາມບັນເທິງ, ກິລາ, ຫນັງ... ແລະ ກໍຍັງມີວີດີໂອອື່ນໆທີ່ກຳລັງ ຮ໋ອດຮິດ ຫລາກຫລາຍໃຫ້ທ່ານຮັບຊົມໄດ້ຕະຫຼອດເວລາ

- HD Movie(ເບິ່ງຫນັງໃໝ່ລ່າສຸດດ້ວຍຄຸນນະພາບ HD): ມີໜັງໃໝ່ທີ່ຫຼາກຫຼາຍໃຫ້ທ່ານໄດ້ເບິ່ງດ້ວຍຄຸນນະພາບຂອງພາບແລະສຽງແບບ HD ໂດຍທີ່ບໍ່ເສຍດາຕ້າ, ເບິ່ງໄດ້ທຸກທີ່ທຸກເວລາ ແລະມີຄວາມລື່ນໄຫຼທີ່ສຸດ

- Mini Game( MiniGame): ເກມ Mocha Millionaire ເປັນເກມຕອບຄຳຖາມ ເປີດໃຫ້ທ່ານຫຼິ້ນທຸກມື້ ເວລາ 20:00 ຫາກທ່ານຕອບຄຳຖາມຖືກໃນ 10 ຂໍ້ຈະເປັນຜູ້ຊະນະ ແລະຮັບຂອງລາງວັນເປັນ ເງິນຈຳນວນ 1,000,000 ກີບ ສ່ວນວັນອາທິດແມ່ນຮັບ 10,000,000 ກີບ ແລະ ຖືກສົ່ງເຂົ້າໄປໃນບັນຊີໂປຣໂມຊັ່ນ ສ່ວນເກມ ຮອບໝູນ ແມ່ນຫຼິ້ນໄດ້ທຸກເວລາແລະມີຂອງລາງວັນທີ່ຫລາກຫລາຍອີກ

7, Mocha ສາມາດຕິດຕັ້ງຢູ່ເທີງລະບົບປະຕິບັດການໃດຂອງໜ່ວຍໂທລະສັບ?

ປະຈຸບັນ ທ່ານສາມາດດາວໂຫຼດ Mocha ຢູ່ເທີງ Google Play (Android), Apple Store (iOS)

8, Mocha ອະນຸຍາດໃຫ້ປ່ຽນແປງເບີໂທຂອງຜູ້ນໍາໃຊ້ບໍ່?

Mocha ຈະສະແດງເບີໂທຂອງຜູ້ນໍາໃຊ້ ຢູ່ໃນລາຍຊື່ຜູ້ຕິດຕໍ່, ຊ່ວຍໃຫ້ທ່ານສາມາດກວດສອບຂໍ້ມູນຂອງໝູ່ເພື່ອນທີ່ກຳລັງສົນທະນາໄດ້ງ່າຍຂື້ນ

9, ລາຍຊື່ຜູ້ຕິດຕໍ່ຢູ່ເທີງໜ່ວຍໂທລະສັບຈະເຊື່ອມໄປຍັງ Mocha ບໍ່?

Mocha ຈະເຊື່ອມຫາລາຍຊື່ຜູ້ຕິດຕໍ່ຂອງທ່ານ ກັບລາຍຊື່ໝູ່ເພື່ອນທີ່ກຳລັງນຳໃຊ້ Mocha ຊ່ວຍໃຫ້ສະດວກສະບາຍ ແລະ ນໍາໃຊ້ງ່າຍຂື້ນ

10, ຈະຕ້ອງເຮັດແນວໃດເພື່ອຄົ້ນຫາໝູ່ເພື່ອນໃໝ່ຢູ່ເທີງ Mocha?

ທ່ານສາມາດນຳໃຊ້ຟັງຊັ່ນ"ເຊີນຊວນໝູ່ເພື່ອນ" ຂອງແອັບພິເຄຊັ່ນ ເພື່ອເຊີນຊວນໝູ່ເພື່ອນໃຫ້ເຂົ້າຮ່ວມນຳໃຊ້ Mocha.

11, ຈະຕ້ອງເຮັດແນວໃດ ເພື່ອຕິດຕາມ ແລະ ອັບເດດບັນດາເວີຊັ່ນໃໝ່ຂອງ Mocha?

ຜູ້ໃຊ້ສາມາດຕິດຕາມຂໍ້ມູນກ່ຽວກັບບັນດາເວີຊັ່ນໃໝ່ຂອງ Mocha ຢູ່ເທີງເວັບໄຊ http://mocha.com.la ຫຼື ອັບເດດໂດຍກົງຢູ່ທີ່ App Store, Google Play Store.

12, ຈະຕ້ອງເຮັດແນວໃດ ເພື່ອບ໋ອກບຸກຄົນທີ່ບໍ່ຮູ້ຈັກ ບໍ່ໃຫ້ເບິ່ງຂໍ້ມູນສ່ວນຕົວ ແລະ ການເຄື່ອນໄຫວຂອງທ່ານຢູ່ເທີງ Mocha?

ຂໍ້ມູນສ່ວນຕົວຂອງທ່ານທີ່ຢູ່ເທີງ Mocha ແມ່ນຈະຖືກຮັກສາເປັນຄວາມລັບ, ມີພຽງໝູ່ເພື່ອນໃນລາຍຊື່ຜູ້ຕິດຕໍ່ຂອງທ່ານເທົ່ານັ້ນທີ່ສາມາດເຫັນຂໍ້ມູນນີ້ໄດ້.

13, ບໍ່ສາມາດອັບເດດເວີຊັ່ນໃໝ່ຢູ່ເທີງຄັງແອັບພິເຄຊັ່ນໄດ້?

ເພື່ອອັບເດດ Mocha ເວີຊັ່ນໃໝ່ຢູ່ເທີງໜ່ວຍໂທລະສັບ, ຜູ້ໃຊ້ຈຳເປັນຕ້ອງມີບັນຊີສ່ວນຕົວ : ບັນຊີ Apple Store (iOS), ບັນຊີ Google Play (Android).

14, ເປັນຫຍັງໜ່ວຍໂທລະສັບຂອງທ່ານຈື່ງບໍ່ສາມາດເຊື່ອມຕໍ່ຫາ Mocha?

ຜູ້ໃຊ້ ສາມາດກວດສອບການເຊື່ອມຕໍ່ ດ້ວຍວິທີການດັ່ງນີ້ :
- 1. ກວດສອບຄືນໜ່ວຍບັນທືກຄວາມຈຳຂອງໂທລະສັບ
- 2. ກວດສອບຄືນຈຳນວນດາຕ້າ ແລະ ແພັກເກັດ 3G
- 3. ຍ້າຍໄປຍັງເຂດທີ່ມີສັນຍານດີກວ່າ ແລ້ວລອງໃໝ່ອີກຄັ້ງ
- 4. ສົ່ງຄວາມຄິດເຫັນຫາ vas@unitel.com.la ຫຼື ໂທ 109

15, ເພື່ອຢືນຢັນບາງຂໍ້ມູນ ແລະ ຂໍຄວາມຊ່ວຍເຫຼືອຈາກ Mocha ຈະຕ້ອງເຮັດແນວໃດ?

ສົ່ງຄວາມຄິດເຫັນຫາ vas@unitel.com.la ຫຼື ໂທ 109
ອົງກອນທີ່ຮັບຜິດຊອບ :​ Unitel
ສູນດູແລລູກຄ້າ :​ 109
ຂໍ້ກຳນົດ ນະໂຍບາຍ/ແນະນໍາ
ເວົ້າບາງຢ່າງ