ແນະນຳ

ນຳໃຊ້ Mocha Messenger ງ່າຍໆ. ລະບົບຈະຮອງຮັບເບີໂທແບບອັດຕະໂນມັດ ແລະ ຊ່ວຍເຫຼືອທ່ານເຂົ້າສູ່ລະບົບດ້ວຍເບີໂທ. ສະດວກສະບາຍ ແລະ ຊ່ວຍຮັກສາຄວາມລັບໃຫ້ແກ່ທ່ານ ເມື່ອນຳໃຊ້ ແອັບພິເຄຊັ່ນຂອງ Unitel.

1. Free data (ນຳໃຊ້ຟຣີດາຕ້າ ສຳລັບການແຊັດ ແລະ ຫລິ້ນໂຊຊ່ຽວ)

ທ່ານສາມາດນຳໃຊ້

+ ວິທີການເຂົ້າຫາຜູ້ຕິດຕໍ່.

- ເປີດແອັບ Mocha ຂຶ້ນມາ ແລະເລືອກ ແທັບຮູບຂໍ້ຄວາມເບຶ້ອງລຸ່ມຂອງແອັບ

- ກົດທີ່ contacts ຢູ່ແທັບທາງເທິງຂອງແອັບ

- ເລືອກລາຍຊື່ຜູ້ທີ່ທ່ານຕ້ອງຕິດຕໍ່ ຫລັງຈາກນັ້ນກໍ່ເລີ່ມການສົນທະນາຂອງທ່ານເລີຍ

+ ວິທີການເບິ່ງ,ອ່ານ ແລະ ໂພສສື່ຕ່າງໆລົງໃນໂຊຊ່ຽວ

- ເປີດແອັບ Mocha ແລ້ວເລືອກ Social ໃນຊ່ອງ Featured function

- ກົດໄປທີ່ Pictures ແລ້ວເລືອກຮູບທີ່ຕ້ອງຈະໂພສລົງໂຊຊ່ຽວ

- ກົດ send ແລ້ວຂຽນລາຍລະອຽດກ່ຽວກັບໂພສນັ້ນ

- ກົດ POST ເພື່ອອັບໂຫລດສື່ດັ່ງກ່າວລົງໃນໂຊຊ່ຽວ

2. Call out (ຮັບ 25 ນາທີ ໂທອອກ ຟຣີ ແລະ ດາຕ້າ 500MB ກັບ Mocha ສຳຫລັບ ລູກຄ້າ ທີ່ສະຫມັກ ແອັບ Mocha ໃຫມ່)

+ ວິທີການໂທແບບ Call out

- ກົດໄປທີ່ Call out ໃນຊ່ອງ Featured Function

- ກົດ Call now ໃນແຖວ TODAY, YOU STILL HAVE...

- ເລືອກລາຍຊື່ ທີ່ທ່ານຕ້ອງການໂທ ແລະກົດ ຮູບສັນຍະລັກໂທ ທາງດ້ານຂວາຂອງລາຍຊື່

- ຫຼືຫາກທ່ານຈະໂທດ້ວຍການກົດເບີ ກໍໃຫ້ເລືອກ Call strange number ແລ້ວປ້ອນເບີທີ່ທ່ານຕ້ອງການໂທ ແລະກົດປຸ່ມໂທ

3. SMS out (ສົ່ງຂໍ້ຄວາມ SMS ອອກແບບບໍ່ຈຳກັດເມື່ອນຳໃຊ້ Mocha):

+ ວິທີການສົ່ງ SMS out ຜ່ານ Mocha:

- ເປີດແອັບ Mocha ຂຶ້ນມາ

- ເລືອກແທັບຂໍ້ຄວາມຢູ່ດ້ານລຸ່ມຕົວທີ່ 2

- ເລືອກແທັບ Contacts ຢູ່ດ້ານເທິງຕົວທີ່ 2

- ເລືອກເບີຄົນທີຕ້ອງການສົ່ງຫາ

- ປ້ອນຂໍ້ຄວາມທີ່ ຕ້ອງສົ່ງຫາ ແລ້ວກົດເຄື່ອງໝາຍສົ່ງ

*ໝາຍເຫດ: ຖ້າເປັນເບີ ທີ່ຍັງບໍ່ທັນໄດ້ລົງທະບຽນ Mocha ຕອນທີ່ສົ່ງຂໍ້ຄວາມອອກຈະກາຍເປັນ SMS out ເລີຍ, ສ່ວນສຳລັບທີ່ໄດ້ລົງທະບຽນ Mocha ແລ້ວ ຫລັງຈາກທີ່ກົດສົ່ງຮຽບຮ້ອຍແລ້ວ ໃຫ້ກົດໃສ່ຂໍ້ຄວາມທີ່ສົ່ງໄປນັ້ນຂ້າງໄວ້ ແລ້ວເລືອກ Send SMS out ຫາກບໍ່ດັ່ງນັ້ນລະບົບຈະສົ່ງອອກເປັນຂໍ້ຄວາມຜ່ານລະບົບ Mocha ປົກກະຕິ

4. Listen together(ແບ່ງປັນຄວາມຮູ້ສຶກຜ່ານສຽງເພງທີ່ຟັງໄປພ້ອມໆກັນ):

+ວິທີການຟັງເພງຮ່ວມກັບຄົນທີ່ທ່ານຕ້ອງການ

- ເປີດແອັບ Mocha ຂຶ້ນມາ ເລືອກແທັບ Music ຢູ່ດ້ານລຸ່ມຕົວທີ່ ສາມ

- ເລືອກ ຫຼື ຄົ້ນຫາເພງທີ່ທ່ານຕ້ອງການຟັງຮ່ວມກັນ

- ກົດເຂົ້າຟັງ ແລ້ວເລືອກເຄື່ອງໝາຍ 3 ຈ້ຳຢູ່ດ້ານຂວາຂອງໜ້າຈໍ້າ

- ເລືອກ Listen to music together

- ເລືອກຄົນທີ່ທ່ານຕ້ອງການຟັງຮ່ວມກັນ

- ລໍຖ້າໃຫ້ອີກຝ່າຍໜຶ່ງກົດຍອມຮັບ ຫລັງຈາກນັ້ນເພງຈະເລີ່ມດັງ ໄປພ້ອມກັນ

5. Voice sticker(ສະຕິກເກີ້ສຽງເປັນພາສາລາວ):

+ວິທີການສົ່ງສະຕິກເກີ້ສຽງ

- ເປີດແອັບ Mocha ຂຶ້ນມາ ແລະເລືອກ ແທັບຮູບຂໍ້ຄວາມເບຶ້ອງລຸ່ມຂອງແອັບ

- ກົດທີ່ contacts ຢູ່ແທັບທາງເທິງຂອງແອັບ

- ເລືອກລາຍຊື່ຜູ້ທີ່ທ່ານຕ້ອງຕິດຕໍ່ຫາ ກົດໃສ່ສັນຍາລັກຮູບ ອີໂມຈິ

- ກົດເຄື່ອງໝາຍບວກ ເພື່ອເຂົ້າສູ່ Sticker Store

- ກົດ Free ຂ້າງສະຕິກເກີ້ສຽງເພື່ອດາວໂຫລດ

- ກົດກັບຄືນ ຫລັງຈາກນັ້ນກົດໃສ່ສະຕິກເກີ້ສຽງທີ່່ທ່ານຕ້ອງການສົ່ງ ສອງຄັ້ງເພື່ອສົ່ງ

6. Music(ອັບເດດເພງໃໝ່ທຸກມື້ ແລະ ຟັງຟຣີບໍ່ເສຍດາຕ້າ):

+ ວິທີການເຂົ້າຟັງເພງໃນແອັບ Mocha

- ເປີດແອັບ Mocha ຂຶ້ນມາ ເລືອກແທັບ Music ຢູ່ດ້ານລຸ່ມຕົວທີ່ ສາມ

- ເລືອກເພງທີ່ທ່ານຕ້ອງການຟັງ ແລ້ວກົດໃສ່ເພື່ອຟັງເພງນັ້ນ

7. Live TV, video(ຊ່ອງໂທລະພາບ ແລະວີດີໂອ):

+ ວິທີການເຂົ້າຮັບຊົມໂທລະພາບອອນລາຍສົດ

- ເປີດແອັບ Mocha ຂຶ້ນມາ ເລືອກແທັບ Video ຢູ່ດ້ານລຸ່ມຕົວທີ່ 5 (ຕົວມຸມແຈສຸດທາງດ້ານລຸ່ມຝາກຂວາ)

- ເຂົ້າໄປເລືອກທີ່ແທັບ Live TV

- ເລືອກຊ່ອງໂທລະພາບທີ່ທ່ານຕ້ອງເບິ່ງ

- ກົດປຸ່ມຫຼິ້ນວີດີໂອ ສຳລັບເບີທີ່ຍັງບໍ່ໄດ້ລົງທະບຽນບໍລິການ Muanlai ແມ່ນໃຫ້ກົດ OK ແລ້ວລົງທະບຽນຕາມຂັ້ນຕອນນັ້ນເລີຍ

- ຫລັງຈາກທີ່ລົງທະບຽນສຳເລັດແລ້ວໃຫ້ປິດແອັບ Mocha ແລ້ວເປີດໃໝ່ເຂົ້າໄປຕາມຂັ້ນຕອນຂ້າງເທິງນີ້ຄືນ ແລ້ວກົດປຸ່ມສັນຍາລັກຫລິ້ນວີດີໂອ ກໍຈະເບິ່ງໄດ້ໂທລະພາບເລີຍ

8. HD Movie(ເບິ່ງຫນັງໃໝ່ລ່າສຸດດ້ວຍຄຸນນະພາບ HD:

+ ວິທີການເຂົ້າເບິ່ງໜັງໃນແອັບ Mocha

- ເປີດແອັບ Mocha ຂຶ້ນມາ ເລືອກແທັບ Video ຢູ່ດ້ານລຸ່ມຕົວທີ່ 5 (ຕົວມຸມແຈສຸດທາງດ້ານລຸ່ມຝາກຂວາ)

- ເຂົ້າໄປເລືອກທີ່ແທັບ Movie

- ເລືອກໜັງທີ່ທ່ານຕ້ອງການເບິ່ງ ແລ້ວກົດ ເຂົ້າໄປເລີຍ

- ກົດປຸ່ມສັນຍາລັກ ຫຼິ້ນວີດີໂອ.ແລ້ວຮັບຊົມເລີຍ

9. Mini Game( MiniGame):

+ ວິທີການເຂົ້າຫລິ້ນເກມ Mocha Millionaire

- ເປີດແອັບ Mocha ຂຶ້ນມາ ກົດເຂົ້າໄປທີ່ Mocha Millionaire ໃນຊ່ອງ Featured function ແລ້ວເລີ່ມຫຼິ້ນໄດ້ເລີຍ

*ໝາຍເຫດ: ຕອບຄຳຖາມໃຫ້ຖືກ ຄົບ10ຄຳຖາມ ຈະໄດ້ຮັບເງິນລາງວັນ ວັນຈັນ- ສຸກ 1,000,000ກີບ ສະເພາະວັນອາທິດ 10,000,000ກີບ, ລູກຄ້າຈະຕ້ອງເຂົ້າຮ່ວມຫລິ້ນເກມກ່ອນ 20:00 ໂມງ. ຖ້າກາຍໂມງນີ້ ທ່ານຈະບໍ່ສາມາດຫລິ້ນໄດ້ ແຕ່ທ່ານສາມາດເຂົ້າສັງເກດການໄດ້.

+ ວິທີການເຂົ້າຫຼິ້ິນເກມ ວົງລໍ້ໂຊກດີ

- ເປີດແອັບ Mocha ຂຶ້ນມາແລ້ວກົດໄປທີ່ ຮອບໝູນໃນຊ່ອງ Featured function

- ທ່ານຈະໄດ້ຮັບສິດໃນການຫມຸນ 5ຄັ້ງ/ມື້ ກົດໝູນຟຣີເພື່ອຫຼິ້ນ ລຸ້ນໂຊກ ຫມຸນຖືກລາງວັນໃດ ຮັບລາງວັນນັ້ນໄປທັນທີ.

10. Uclip:

Uclip - ແມ່ນບໍລິການຮັບຊົມວີດີໂອຟຣີ ບໍ່ເສຍດາຕ້າ ແມ່ນເຄືອຂ່າຍສັງຄົມອອນລາຍທີ່ມີຫຼາກຫຼາຍລ້ານວິດີໂອທີ່ເພີດເພີນ

+ ວິທີການເຂົ້າເບິ່ງວີດີໂອໃນ Uclip

- ເປີດແອັບ Mocha ຂຶ້ນມາ ກົດເຂົ້າໄປທີ່ແທັບ Uclip ດ້ານແຈເບື້ອງຂວາລຸ່ມສຸດ

- ແລ້ວເລືອກ ຫຼື ຄົ້ນຫາວິດີໂອທີ່ທ່ານຕ້ອງການໄດ້ເລີຍ

11. Foodpanda(ສັ່ງອາຫານ)

ແມ່ນຟັງຊັ່ນ ສັ່ງອາຫານຕາມຮ້ານອາຫານ ທີ່ທ່ານມັກ ອາຫານຈະຖືກສົ່ງໃຫ້ທ່ານເຖິງທີ ສະດວກ ວ່ອງໄວ

+ ວິທີການເຂົ້າໃຊ້ຟັງຊັ່ນ Foodpanda

ເປີດແອັບ Mocha ຂຶ້ນມາ ກົດໄປທີ່ໄອຄອນ Foodpanda ແລ້ວກົດ FIND RESTAURANTS ແລ້ວເລືອກອາຫານທີ່ທ່ານມັກ.

12. Scan QR

(ເພີ່ມເພື່ອນ) Add Friensd ໄດ້ຢ່າງງ່າຍດາຍດ້ວຍການແບ່ງປັນລະຫັດ QR ຂອງທ່ານ ດ້ານລຸ່ມນີ້ຄືລະຫັດສ່ວນຕົວຂອງທ່ານ

+ ວິທີການເຂົ້າໃຊ້ຟັງຊັ່ນ Scan QR

- ເປີດແອັບ Mocha ຂຶ້ນມາ ກົດໄປທີ່ໄອຄອນ Scan QR ແລ້ວສະແກນ Scan QR ຂອງຫມູ່ເພື່ອນທ່ານໄດ້

13. People Nearby

ທ່ານສາມາດຕາມຫາຄົນທີ່ຢູ່ໃກ້ຄຽງ ຫລື ທ່ານອາດຮູ້ຈັກໄດ້ ໂດຍຜ່ານຟັງຊັນ People Nearby

+ ວິທີການເຂົ້າໃຊ້ຟັງຊັ່ນ People Nearby

ກົດໄປທີ່ໄອຄອນ People Near by ທ່ານສາມາດຕາມຫາຄົນທີ່ຢູ່ໃກ້ຄຽງ ຫລື ທ່ານອາດຮູ້ຈັກໄດ້ ໂດຍຜ່ານຟັງຊັ່ນ People Nearby

14. Unitel selfcare

Unitel selfcare ຊ່ວຍໃຫ້ທ່ານສາມາດກວດສອບຂໍ້ມູນຕ່າງໆຂອງເບີໂທລະສັບ Unitel ຂອງທ່ານ ແລະ ຍັງສາມາດລົງທະບຽນແພັກເກັດຕ່າງໆໄດ້ອີກ

+ ວິທີການເຂົ້າໃຊ້ຟັງຊັ່ນ Unitel selfcare

- ເປີດແອັບ Mocha ຂຶ້ນມາ

- ກົດໄປທີ່ໄອຄອນ Unitel selfcare

15. Get Couple

ທ່ານສາມາດຕາມຫາຄົນຄູ່ໃຈ ຄູ່ກາຍຜ່ານຟັງຊັ່ນ Get Couple, ໂດຍເຂົ້າໄປຄົ້ນຫາຄົນທີ່ທ່ານຕ້ອງການລົມນຳ ຫຼື ຟັງເພງນຳ ເຊິ່ງເຂົາເປີດການລໍຖ້າຈັບຄູ່ຢູ່ ແລະ ທ່ານເອງກໍສາມາດໄປເປີດລໍຖ້າໃຫ້ຄົນອື່ນມາຈັບຄູ່ກັບທ່ານໂດຍການ

+ວິທີການເຂົ້າໃຊ້ຟັງຊັ່ນ Get Couple

- ເປີດແອັບ Mocha ຂຶ້ນມາ

-ກົດໄປທີ່ໄອຄອນ Get Couple

-ໃນແທັບ Listen 2gether ແມ່ນເລືອກຫາບຸກຄົນທີ່ຕ້ອງການຟັງຮ່ວມກັນ ຫຼື ໂພສລົງເພື່ອລໍຖ້າຄົນມາຟັງເພງນຳ ແທັບ Talk 2gether ແມ່ນຊອກຫາຄົນທີ່ຕ້ອງການຈະລົມນຳຜ່ານການໂທ ຫຼື ໂພສລົງເພື່ອລໍຖ້າຄົນອື່ນກົດເຂົ້າໂທມາ

16. News

ຟັງຊັນ ຂ່າວ(News) ຂອງ Mocha ແມ່ນມີການອັບເດດໃໝ່ຢູ່ທຸກໆມື ຊ່ວຍໃຫ້ຜູ້ໃຊ້ໄດ້ຮັບຂ່າວສານທີ່ທັນກັບປັດຈຸບັນຢູ່ສະເໝີ ບໍ່ວ່າຈະເປັນ ຂ່າວກິລາ, ຕ່າງປະເທດ, ພາຍໃນ ແລະ ຂ່າວຮ້ອນໆ ເທີງເຟດບຸກ

+ ວິທີການເຂົ້າໃຊ້ຟັງຊັ່ນ ຂ່າວ(News)

-ເປີດແອັບ Mocha ຂຶ້ນມາ ກົດໄປທີ່ໄອຄອນ ຂ່າວ(News)

17. Social Network

ແມ່ນເຄື່ອຄ່າຍສັງຄົມອອນລາຍ ທ່ານສາມາດແບ່ງປັນຄວາມຮູ້ສຶກ ແລະ ແຊຣບົດເພງຈາກ ຟັງຊັນມີວສິກ ແລະ ໂພດຮູບພາບ ຫລື ຂ່າວສານສິ່ງແປກໆໃໝ່ໆ ໃຫ້ສັງຄົມໄດ້ຮູ້ໄດ້ເຫັນນໍາກັນ.

+ ວິທີການເຂົ້າໃຊ້ຟັງຊັ່ນ Social Network

- ເປີດແອັບ Mocha ຂຶ້ນມາ ກົດໄປທີ່ເຄື່ອງຫມາຍຮູບຄົນ 3 ຄົນ ທີ່ດ້ານລຸ່ມທ່ານກໍ່ຈະເຫັນ Social Network .

18. Lucky Mocha

ແມ່ນເປັນຟັງຊັ່ນທີ່ໃຊ້ສຳລັບແລກລະຫັດຈາກການເຕີມເງິນຂອງລູກຄ້າຂອງເຄືອຂ່າຍຢູນີເທວ, ເຊີ່ງລູກຄ້າສາມາດ Login ເຂົ້າສູ່ລະບົບ ແລະ ລົງທະບຽນບໍລິການ Lucky Mocha ໄດ້ຜ່ານຟັງຊັ່ນນີ້. ນອກຈາກນີ້ ລູກຄ້າຍັງສາມາດກວດເບີ່ງລະຫັດໂຊກດີຂອງຕົວເອງ ແລະ ຜູ້ໂຊກດີທີ່ໄດ້ຮັບລາງວັນປະຈຳວັນ, ລາງວັນປະຈຳອາທິດ ແລະ ລາງວັນປະຈຳເດືອນນຳອີກ.

19. Upoint

ແມ່ນເປັນຟັງຊັ່ນສະສົມຄະແນນ, ເຊີ່ງລູກຄ້າສາມາດສະສົມຄະແນນ ແລະ ນຳໃຊ້ຄະແນນທີ່ສະສົມນີ້ໄປເປັນສ່ວນຫຼຸດໃນໃບບິນຊຳລະສີນຄ້າຕາມຮ້ານຄ້າທີ່ເປັນຕົວແທນຂອງ Upoint, ສຳລັບຄະແນນແມ່ນໄດ້ມາຈາກການຊື້ສິນຄ້າຈາກຮ້ານຄ້າທີ່ເຂົ້າຮ່ວມກັບ Upoint ແລ້ວຮ້ານຄ້າຈະມອບຄະແນນໃຫ້.

+ວິທີການເຂົ້າໃຊ້ຟັງຊັ່ນ Upoint

- ເປີດແອັບ Mocha ຂຶ້ນມາ

-ກົດໄປທີ່ໄອຄອນ Upoint

-ກວດເບີ່ງຄະແນນ Upoint ຂອງທ່ານ

-ກົດເຂົ້າໄປທີ່ QR code ເພື່ອສະແກນ ຫຼື ໃຫ້ຄົນອື່ນສະແກນ QR code ຂອງເຮົາເພື່ອມອບຄະແນນ Upoint ໃຫ້ໝູ່ເພື່ອນ ຫຼື ຮ້ານຄ້າ ແລະ ແລກຄະແນນເພື່ອຊຳລະໃບບິນສິນຄ້າ.

20. Find Jobs(ຊອກວຽກ)

ແມ່ນຟັງຊັ່ນຊອກວຽກສຳຫຼັບຜູ້ທີ່ກຳລັງຊອກຫາງານ, ເຊີ່ງຜູ້ໃຊ້ສາມາດສ້າງບັນຊີ ແລະ ຟາກປະຫວັດຕົວໄດ້ຢູ່ໃນຟັງຊັ່ນນີ້.