ເງື່ອນໄຂນຳໃຊ້

ກະລຸນາອ່ານເງື່ອນໄຂການນຳໃຊ້("ເງື່ອນໄຂ") ກະລຸນາອ່ານເງື່ອນໄຂການນຳໃຊ້("ເງື່ອນໄຂ") ກ່ອນທີ່ຈະຕິດຕັ້ງສ່ວນໃດໜື່ງ ຂອງແອັບພິເຄຊັ່ນ Mocha Messenger ("ແອັບພິເຄຊັ່ນ")(ລວມມີ ແຕ່ບໍ່ຈໍາກັດບັນດາຊັອບແວ, ບັນດາໄຟລ໌ ແລະ ຂໍ້ມູນທີ່ກ່ຽວຂ້ອງ) ຫຼື ນໍາໃຊ້ບັນດາບໍລິການທີ່ Unitel ໄດ້ສະໜອງໃຫ້ ເພື່ອເຊື່ອມຕໍ່ຫາແອັບພິເຄຊັ່ນ. ທ່ານຢືນຢັນ ແລະ ເຫັນດີກັບຂໍ້ຜູກມັດຂອງບັນດາຂໍ້ກໍານົດຢູ່ໃນເງື່ອນໄຂນີ້ ເມື່ອຈະດໍາເນີນການບັນດາຂັ້ນຕອນຂ້າງເທີງ. ໃນກໍ່ລະນີທີ່ທ່ານບໍ່ເຫັນດີກັບເງື່ອນໄຂການນໍາໃຊ້ໃດໜື່ງຂອງພວກເຮົາ(ເວີຊັ່ນນີ້ ແລະ ບັນດາເວີຊັ່ນທີ່ອັບເດດໃໝ່), ທ່ານສາມາດປະຕິເສດການດາວໂຫຼດ, ຕິດຕັ້ງ ຫຼື ນໍາໃຊ້ແອັບພິເຄຊັ່ນນີ້ ແລະ ຖອນການຕິດຕັ້ງແອັບພິເຄຊັ່ນນີ້ອອກຈາກໜ່ວຍອຸປະກອນຂອງທ່ານໄດ້..

1. ອັບເດດ

ເງື່ອນໄຂນີ້ ຈະອັບເດດເລື່ອຍໆ ໂດຍ Unitel ເຊີ່ງເວີຊັ່ນອັບເດດຈະໄດ້ເຜີຍແຜ່ຢູ່ທີ່ເວັບໄຊ http://mocha.com.la/home.html. ເວີຊັ່ນອັບເດດຈະເຂົ້າມາແທນທີ່ເວີຊັ່ນເກົ່າ. ທ່ານສາມາດເຂົ້າໄປທີແອັບພິເຄຊັ່ນ ຫຼື ເຂົ້າໄປທີ່ເວັບໄຊຂ້າງເທີງ ເພື່ອເບີ່ງລາຍລະອຽດເພີ່ມເຕີ່ມຂອງເວີຊັ່ນອັບເດດໃໝ່.

2. ແນະນຳກ່ຽວກັບແອັບພິເຄຊັ່ນ

Mocha Messenger ແມ່ນແອັບພິເຄຊັ່ນສົ່ງຂໍ້ຄວາມຟຣີ ສຳລັບຜູ້ນຳໃຊ້ໂທລະສັບສະມາດໂຟນໃນລາວ. ແອັບພິເຄຊັ່ນ ຈະນໍາໃຊ້ເບີໂທ ແລະ ລາຍຊື່ຜູ້ຕິດຕໍ່ ເພື່ອເປັນພື້ນຖານກັບບັນດາຟັງຊັ່ນຫຼັກ :

(1) ສົ່ງຂໍ້ຄວາມແບບວ່ອງໄວ

(2) ສົ່ງຂໍ້ຄວາມສຽງ

(3) ແບ່ງປັນ ແລະ ຟັງເພງຮ່ວມກັບໝູ່ເພື່ອນໃນຂະນະທີ່ກຳລັງສົນທະນາ

(4) ສົ່ງຂໍ້ຄວາມຫາເບີ Unitel ຟຣີ ເຖີງວ່າເບີດັ່ງກ່າວຈະບໍ່ໄດ້ຕິດຕັ້ງແອັບພິເຄຊັ່ນນີ້.

3. ກຳມະສິດແອັບພິເຄຊັ່ນ

ແອັບພິເຄຊັ່ນນີ້ແມ່ນໄດ້ຮັບການພັດທະນາ ພາຍໃຕ້ກຳມະສິດ Unitel, ຊັບສີນທາງປັນຍາທັງໝົດທີ່ກ່ຽວຂ້ອງກັບແອັບພິເຄຊັ່ນນີ້(ລວມມີ ແຕ່ບໍ່ຈໍາກັດແຫຼ່ງທີ່ມາ, ຮູບພາບ, ຂໍ້ມູນ, ເນື້ອໃນ, ປ່ຽນແປງແກ້ໄຂ, ການອັບເດດຂອງແອັບພິເຄຊັ່ນ) ແລະ ບັນດາເອກະສານແນະນໍາທີ່ກ່ຽວຂ້ອງ(ຖ້າມີ) ຈະເປັນກໍາມະສິດພຽງຜູ້ດຽວຂອງ Unitel ເຊີ່ງບຸກຄົນ ຫຼື ອົງການໃດໜື່ງຈະບໍ່ສາມາດຮຽນແບບ, ສ້າງ, ແຈກຢາຍ ຫຼື ໃນຮູບແບບອື່ນໆ ທີ່ລະເມີດເຖິງລິຂະສິດຂອງກໍາມະສິດ ຖ້າບໍ່ມີການເຫັນດີ ແລະ ໄດ້ຮັບການອະນຸຍາດເປັນລາຍລັກອັກສອນຈາກ Unitel

4. ບັນຊີ

ເພື່ອນຳໃຊ້ແອັບພິເຄຊັ່ນທ່ານຕ້ອງໄດ້ສ້າງ 1 ບັນຊີ ຕາມຄຳແນະນຳ, ທ່ານຕ້ອງປະຕິຍານວ່າການນໍາໃຊ້ບັນຊີຈະຕ້ອງສອດຄອງກັບນະໂຍບາຍຂອງ Unitel, ພ້ອມກັນນັ້ນທຸກໆຂໍ້ມູນທີ່ທ່ານນຳໃຊ້ເຂົ້າໃນການລົງທະບຽນແມ່ນຕ້ອງຖືກຕ້ອງຊັດເຈນ. ສິດ ແລະ ຜົນປະໂຫຍດຂອງທ່ານແມ່ນຈະອີ່ງໃສ່ຂໍ້ມູນໃນບັນຊີທີ່ທ່ານໄດ້ລົງທະບຽນ. ດັ່ງນັ້ນ ຖ້າຫາກວ່າມີຂໍ້ມູນໃດທີ່ບໍ່ຖືກຕ້ອງ ພວກເຮົາຈະບໍ່ຮັບຜິດຊອບ ໃນກໍລະນີທີ່ຂໍ້ມູນນັ້ນສົ່ງຜົນກະທົບ ຫຼື ຈຳກັດສິດ ແລະ ຜົນປະໂຫຍດຂອງທ່ານ. ທ່ານມີສິດທິໃນການນຳໃຊ້ແອັບພິເຄຊັ່ນ ແລະ ບັນດາບໍລິການອື່ນໆ ທີ່ພວກເຮົາສະໜອງໃຫ້, ແຕ່ວ່າການນຳໃຊ້ດັ່ງກ່າວແມ່ນຈະບໍ່ລວມເອົາບັນດາການກະທໍາດັ່ງຕໍ່ໄປນີ້ ຖ້າຫາກວ່າບໍ່ໄດ້ຮັບການເຫັນດີເປັນລາຍລັກອັກສອນຈາກ Unitel
- ຄັດລອກ, ດັດແກ້, ສ້າງຜະລິດຕະພັນໃໝ່ ຫຼື ເວີຊັ່ນຟື້ນຟູ ຢູ່ເທີງພື້ນຖານແອັບພິເຄຊັ່ນ Mocha Messenger;
- ຂາຍ, ໂອນ​ ,ແບ່ງສິດທິຄືນ, ເຜີຍແຜ່ ຫຼື ຮູບແບບການມອບໂອນອື່ນໆ ຫຼື ມອບສ່ວນໃດໜື່ງ ຫຼື ທັງໝົດຂອງແອັບພິເຄຊັ່ນໃຫ້ແກ່ບຸກຄົນທີ່ສາມ
ນໍາໃຊ້ Mocha ເພື່ອສະໜອງບໍລິການໃຫ້ແກ່ບຸກຄົນທີ່ສາມ(ອົງກອນ ຫຼື ສ່ວນບຸກຄົນ)
· ເຄື່ອນຍ້າຍ, ລຶບ, ປ່ຽນແປງການແຈ້ງເຕືອນທີ່ສົມເຫດສົມຜົນ ຫຼື ເຄື່ອງໝາຍໃດໆຂອງ Mocha( ລວມມີ ແຕ່ບໍ່ຈໍາກັດບັນດາກ່ຽວກັບລິຂະສິດ)
· ອອກແບບຄືນ, ແປ, ເຄື່ອນຍ້າຍ, ດັດແກ້, ການອອກແບບທີ່ບໍ່ເປັນລະບຽບ ຫຼື ເນື້ອໃນຂອງ Mocha;
· ປ່ຽນແປງ ຫຼື ລຶບສະຖານະເດີມຂອງ Mocha;
· ນໍາໃຊ້ແອັບພິເຄຊັ່ນ ເພື່ອດໍາເນີນການໃດໆທີ່ເປັນອັນຕະລາຍ ໃຫ້ແກ່ລະບົບຮັກສາຄວາມປອດໄພຂອງ Unitel ລວມມີ ແຕ່ບໍ່ຈໍາກັດການນໍາໃຊ້ຂໍ້ມູນ ຫຼື ເຂົ້າຫາເຊີເວີ້ຂອງເຄືອຂ່າຍ ເພື່ອລຶບ, ດັດແກ້ ແລະ ເພີ່ມເຕີ່ມບັນດາຂໍ້ມູນ, ເຜີຍແຜ່ໂປແກຼມ, ໄວຣັດ ຫຼື ດໍາເນີນການໃດໜື່ງທີ່ເປັນອັນຕະລາຍ ແລະ ທໍາລາຍລະບົບ.
· ເຂົ້າສູ່ລະບົບ ແລະ ນໍາໃຊ້ແອັບພິເຄຊັ່ນດ້ວຍບາງຊັອບແວຂອງບຸກຄົນທີສາມ ຫຼື ລະບົບທີ່ບໍ່ໄດ້ຮັບການພັດທະນາ ຫຼື ບໍ່ໄດ້ຮັບການອະນຸມັດຈາກ Unitel
· ນໍາໃຊ້, ຂາຍ, ໃຫ້ຢືມ, ຄັດລອກ, ດັດແກ້, ເຊື່ອມຕໍ່, ແປ, ແຈກຢາຍ ບັນດາຂໍ້ມູນທີ່ກ່ຽວຂ້ອງເຖີງແອັບພິເຄຊັນ
· ນຳໃຊ້ແອັບພິເຄຊັ່ນເພື່ອດາວໂຫຼດ, ເຄື່ອນຍ້າຍ, ໂອນ ຫຼື ບັນທືກບັນດາຂໍ້ມູນທີ່ຜິດກົດໝາຍ ແລະ ຜິດຕໍ່ວັດທະນະທຳຮິດຄອງປະເພນີຂອງຊາດ.
· ນຳໃຊ້ແອັບພິເຄຊັ່ນ ເພື່ອນໍາໃຊ້ບໍລິການອື່ນໆທີ່ໄດ້ຮັບການສະໜອງຈາກ Unitel ໃນຮູບແບບການລະເມີດຕໍ່ກົດໝາຍ ແລະ ຜິດກົດໝາຍ
· ບັນດາຮູບແບບການລະເມີດອື່ນໆ.

5. ການແກ້ໄຂກ່ຽວກັບການລະເມີດ

ໃນກໍລະນີທີ່ທ່ານລະເມີດຂໍ້ກໍານົດໃດໜື່ງຢູ່ໃນເງື່ອນໄຂນີ້, Unitel ຈະດຳເນີນການບ໋ອກບັນຊີຂອງທ່ານ ຫຼື ລຶບຂໍ້ມູນທັງໝົດ. ເນື້ອໃນການລະເມີດ, ຂື້ນຢູ່ກັບລັກຊະນະ ແລະ ຂອບເຂດຂອງການລະເມີດ ທ່ານຕ້ອງເປັນຜູ້ຮັບຜິດຊອບຕໍ່ໜ້າກົດໝາຍ ,Unitel ແລະ ບຸກຄົນທີ່ສາມ ກ່ຽວກັບຄວາມເສຍຫາຍທີ່ເກີດຂື້ນ ຫຼື ເກີດຂື້ນຈາກການກະທໍາໃນການລະເມີດຂອງທ່ານ

6. ສິດທິໃນການເຂົ້າເຖີງ ແລະ ເກັບກໍາຂໍ້ມູນ :

· ເມື່ອນໍາໃຊ້ແອັບພິເຄຊັ່ນ, ທ່ານຕ້ອງຍອມຮັບວ່າ ພວກເຮົາມີສິດທິໃນການນໍາໃຊ້ບັນດາ API ລະບົບດັ່ງຕໍ່ໄປນີ້ ເພື່ອເຂົ້າເຖີງຂໍ້ມູນຢູ່ເທີງໜ່ວຍໂທລະສັບຂອງທ່ານ :​ (1) ອ່ານ ແລະ ບັນທືກເຂົ້າໃນລາຍຊື່ຜູ້ຕິດຕໍ່ຂອງໂທລະສັບ, (2) ເອົາຕໍາແໜ່ງສະຖານທີ່ປະຈຸບັນຂອງທ່ານ ເມື່ອໄດ້ຮັບການເຫັນດີຈາກທ່ານແລ້ວ, (3) ບັນທືກຂໍ້ມູນຂອງແອັບພິເຄຊັ່ນໃນໜ່ວຍຄວາມຈຳ.(4) ເຂົ້າເຖີງອີນເຕີເນັດຈາກອຸປະກອນຂອງທ່ານ. ທັງໝົດຂອງການເຂົ້າເຖີງນີ້ ແມ່ນມີພຽງພວກເຮົາເທົ່ານັ້ນທີ່ສາມາດດໍາເນີນການໄດ້ ເມື່ອໄດ້ຮັບການເຫັນດີຈາກທ່ານ. ດັ່ງນັ້ນ, ທ່ານຕ້ອງຍອມຮັບວ່າ ເມື່ອທ່ານໄດ້ໃຫ້ສິດທິແກ່ພວກເຮົາແລ້ວ ທ່ານຈະບໍ່ມີການຮຽກຮ້ອງໃດໆສຳລັບການເຂົ້າເຖີງນີ້. ໃນຂະນະດຽວກັນທ່ານຈະຕ້ອງຍອມຮັບກ່ຽວກັບການສົ່ງຂໍ້ຄວາມເຜີຍແຜ່ໂຄສະນາຂອງບັນດາບໍລິການຕ່າງໆຈາກ Mocha ແລະ Unitel
· ພວກເຮົາຈະກັບກຳບັນດາຂໍ້ມູນຂອງທ່ານດັ່ງຕໍ່ໄປນີ້ :
· ຂໍ້ມູນສ່ວນຕົວ : ລວມທັງບັນດາຂໍ້ມູນທີ່ທ່ານໄດ້ສະໜອງໃຫ້ແກ່ພວກເຮົາ ເພື່ອຢືນຢັນບັນຊີເຊັ່ນ : ຊື່ , ເບີໂທລະສັບ, ເລກບັດປະຈໍາຕົວ, ທີ່ຢູ່ອີເມວ.
· ຂໍ້ມູນລວມ : ບັນດາຂໍ້ມູນກ່ຽວກັບການຕັ້ງຄ່າໂທລະສັບຂອງທ່ານ, ເວີຊັ່ນແອັບພິເຄຊັ່ນທີ່ທ່ານກໍາລັງນຳໃຊ້;
· ຂໍ້ມູນຕໍາແໜ່ງສະຖານທີ່ : ຂໍ້ມູນກ່ຽວກັບສະຖານທີ່ຂອງທ່ານ ແມ່ນຈະຖືກເກັບຮັກສາຢູ່ເທີງເຊີເວີ້ ເພື່ອຊ່ວຍທ່ານໃນການນໍາໃຊ້ຟັງຊັ່ນຄົ້ນຫາຂອງແອັບພິເຄຊັ່ນ.
· ລາຍຊື່ຜູ້ຕິດຕໍ່ໃນໂທລະສັບ : ພວກເຮົາຈະບັນທືກລາຍຊື່ຜູ້ຕິດຕໍ່ໃນໜ່ວຍໂທລະສັບຢູ່ເທີງເຊີເວີ້ ເພື່ອຊ່ວຍເຫຼືອທ່ານໃນການນໍາໃຊ້ແອັບພິເຄຊັ່ນ ຫຼື ໃນກໍລະນີທີ່ຂໍ້ມູນສູນຫາຍ. ພວກເຮົາຂໍປະຕິຍານວ່າ ຈະບໍ່ນໍາໃຊ້ລາຍຊື່ຜູ້ຕິດຕໍ່ໃນໂທລະສັບຂອງທ່ານ ໃນຈຸດປະສົງອື່ນ ຖ້າຫາກບໍ່ໄດ້ຮັບການເຫັນດີຈາກທ່ານ;
· ພວກເຮົາຈະບໍ່ນໍາໃຊ້ມາດຕະການໃດໆ ເພື່ອຕິດຕາມເນື້ອໃນຂໍ້ຄວາມທີ່ສົນທະນາ ຫຼື ຮູບແບບອື່ນເພື່ອຕິດຕາມຜູ້ນໍາໃຊ້ ເມື່ອນໍາໃຊ້ແອັບພິເຄຊັ່ນນີ້.

7. ປະຕິຍານກ່ຽວກັບການຮັກສາຂໍ້ມູນສ່ວນຕົວທີ່ເປັນຄວາມລັບ

ພວກເຮົາໄດ້ເກັບກໍາຂໍ້ມູນພື້ນຖານທີ່ຕ້ອງການ ເພື່ອບັນລຸຈຸດປະສົງທີ່ກໍານົດໄວ້ໃນນະໂຍບາຍນີ້ (ຕາມຂໍ້ມູນດ້ານລຸ່ມ), ແລະ ພວກທ່ານມີຄວາມສາມາດໃນການຈໍາກັດການເກັບກໍາດັ່ງກ່າວ, ຕາມທີ່ລະບຸໄວ້ຂ້າງລຸ່ມນີ້:

(a) ຂໍ້ມູນການລົງທະບຽນ ແລະ ບັນຊີ (ເຊັ່ນ: ຊື່, ວັນເດືອນປີເກີດ, ອາຍຸ, ເບີໂທລະສັບ ແລະ, ເມື່ອມີຄວາມຈໍາເປັນ, ຂໍ້ມູນໃບບິນ): ຊື່ ແລະ ຮູບຂອງທ່ານ (ຖ້າທ່ານເລືອກທີ່ຈະໃຫ້ເຫັນ) ຈະສະເເດງໃຫ້ກັບຜູ້ໃຊ້ Mocha ຄົນອື່ນໆ ແລະ ພວກເຂົາສາມາດຄົ້ນຫາທ່ານດ້ວຍຊື່ ເວັ້ນເເຕ່ທ່ານໄດ້ປ່ຽນການຕັ້ງຄ່າ. ພວກເຮົາຈະແນະນໍາທ່ານໃຫ້ກັບຄົນທີ່ທ່ານອາດຮູ້ຈັກ (ໂດຍບໍ່ມີການເປີດເຜີຍເບີໂທລະສັບຂອງທ່ານ), ເວັ້ນແຕ່ວ່າທ່ານປິດຕົວເລືອກນີ້. ພວກເຮົາຈະແຈ້ງບັນຊີຜູ້ຕິດຕໍ່ຂອງທ່ານເມື່ອເຖິງວັນເກີດຂອງທ່ານ, ເວັ້ນແຕ່ວ່າທ່ານປິດຕົວເລືອກນີ້. ເບີໂທລະສັບຂອງທ່ານຈະຖືກອັບໂຫລດໄປທີ່ http://hlvip.mocha.com.vn/ ແຕ່ນີ້ເປັນພຽງໂດເມນຂອງ Mocha. ໝາຍຄວາມວ່າເບີໂທລະສັບຂອງທ່ານຈະບໍ່ຖືກເຜີຍແຜ່ ຫຼື ເປີດເຜີຍເພື່ອຈຸດປະສົງອື່ນໂດຍທີ່ບໍ່ໄດ້ຮັບການຍິນຍອມຈາກທ່ານ.

(b) ຂໍ້ມູນອຸປະກອນ ແລະ ສະຖານທີ່: ພວກເຮົາເກັບກຳຂໍ້ມູນເພີ່ມເຕີມເມື່ອທ່ານເຂົ້າເຖິງແອັບຂອງພວກເຮົາຜ່ານອຸປະກອນໃດໜຶ່ງ (ເຊັ່ນ: ຕົວລະບຸອຸປະກອນມືຖືຂອງທ່ານ; ທີ່ຢູ່ IP ຂອງທ່ານ; ຂໍ້ມູນກ່ຽວກັບລະບົບປະຕິບັດການຂອງອຸປະກອນທີ່ທ່ານໃຊ້ເຂົ້າເຖິງເເອັບ, ບຣາວເຊີ, ບຣາວເຊີ ຫຼື ພາສາຂອງລະບົບປະຕິບັດການ; ເຄືອຂ່າຍໄຮ້ສາຍຂອງທ່ານ). ພວກເຮົາອາດຈະເກັບກຳຂໍ້ມູນສະຖານທີ່ WPS ຂອງທ່ານ – ທ່ານສາມາດເລືອກໄດ້ວ່າຈະໃຫ້ອະນຸຍາດເຂົ້າເຖິງຫຼືບໍ່ ໂດຍການປ່ຽນການຕັ້ງຄ່າຕິດຕາມສະຖານທີ່ທາງພູມສາດຂອງທ່ານ.

(c) ເມື່ອທ່ານຕິດຕັ້ງເເອັບ Mocha, ທ່ານຈະຖືກຮ້ອງຂໍເພື່ອອະນຸຍາດໃຫ້ພວກເຮົາເຂົ້າເຖິງລາຍຊື່ທີ່ຢູ່ຂອງອຸປະກອນມືຖືຂອງທ່ານ. ສໍາເນົາຂອງຊື່ ແລະ ເບີໂທລະສັບ ໃນລາຍຊື່ຜູ້ຕິດຕໍ່ໃນໂທລະສັບຂອງທ່ານ (ພຽງແຕ່ຊື່ ແລະ ເບີໂທລະສັບ) ຂໍ້ມູນເຫຼົ່ານີ້ຈະຖືກລວບລວມ ແລະ ເກັບໄວ້ໃນຖານຂໍ້ມູນຂອງພວກເຮົາ, ຕົ້ນຕໍກໍເພື່ອໃຫ້ພວກເຮົາສາມາດເຮັດໃຫ້ທ່ານແລະຜູ້ຕິດຕໍ່ຂອງທ່ານເຊື່ອມຕໍ່ກັນໄດ້. ການເປີດເຜີຍຂໍ້ມູນ: ຂໍ້ມູນຂອງທ່ານຖືກເກັບຮັກສາໄວ້ຢ່າງປອດໄພ, ແຕ່ພວກເຮົາຈະແບ່ງປັນຂໍ້ມູນສ່ວນຕົວເຫຼົ່ານີ້ຂອງທ່ານໃຫ້ກັບພາກສ່ວນທີສາມທີ່ພວກເຮົາໄວ້ໃຈ ເພື່ອຕອບສະຫນອງການບໍລິການຂອງພວກເຮົາ, ດັ່ງຕໍ່ໄປນີ້:

(d) ຄູ່ຮ່ວມສັນຍາດ້ານການໂຄສະນາ: ເພື່ອໂຄສະນາບໍລິການຂອງພວກເຮົາ, ພວກເຮົາອາດຈະນຳສະເໜີໂຄສະນາໃຫ້ທ່ານໂດຍຜ່ານຄູ່ຮ່ວມສັນຍາດ້ານການໂຄສະນາຂອງພວກເຮົາ ແລະ ຜູ້ໃຫ້ບໍລິການໂຄສະນາ ໂດຍອີງຕາມຂໍ້ມູນກ່ຽວກັບທ່ານ (ເຊັ່ນການຕັ້ງຄ່າພາສາ, ປະເທດ, ເມືອງ, ອາຍຸ, ແລະ ຂໍ້ມູນອຸປະກອນ), ໂດຍອີງຕາມຜົນປະໂຫຍດຂອງພວກເຮົາ, ລວມເຖິງຄູ່ຮ່ວມສັນຍາສາມາດຈັດການໂຄສະນາຕາມຮູບເເບບຂອງເຂົາທີ່ກຳນົດໄວ້. ຕົວລະບຸການໂຄສະນາສຳລັບທ່ານເເມ່ນ ຖືກສ້າງຂຶ້ນໂດຍລະບົບປະຕິບັດການໃນອຸປະກອນມືຖືຂອງທ່ານ ແລະ ທ່ານສາມາດເລືອກທີ່ຈະປ່ຽນເເປງ ຫຼື ບໍ່ແບ່ງປັນຂໍ້ມູນໄດ້ທຸກເວລາ.

(e) ຜູ້ໃຫ້ບໍລິການແອັບ ແລະ ຄູ່ຮ່ວມສັນຍາອື່ນໆ (ເຊັ່ນ: ຄູ່ຮ່ວມສັນຍາໃຫ້ບໍລິການດ້ານການວິເຄາະ ແລະ ເຄື່ອງມືການດ້ານການຕະຫຼາດກ່ຽວກັບເເອັບ): ພວກເຮົາອາດຈະມີການເປີດເຜີຍຂໍ້ມູນຂອງທ່ານໃຫ້ກັບຜູ້ໃຫ້ບໍລິການ ແລະ ຄູ່ຮ່ວມສັນຍາອື່ນໆ ພາຍໃຕ້ສັນຍາທີ່ຊ່ວຍສະໜອງການບໍລິການໃຫ້ກັບທ່ານ ແລະ ຜູ້ອື່ນໆ ກ່ຽວກັບບໍລິການຂອງພວກເຮົາ, ໃນນາມຂອງພວກເຮົາ (ເຊັ່ນ: ແຕ່ບໍ່ຈໍາກັດ, ການຮັກສາ, ບັນທຶກການຂັດຂ້ອງ, ການໂຕ້ຕອບຂອງຜະລິດຕະພັນ). ທາງຄູ່ຮ່ວມສັນຍາຈໍາເປັນຕ້ອງໄດ້ຮັບປະກັນຂໍ້ມູນທີ່ພວກເຂົາໄດ້ຮັບ ແລະ ນໍາໃຊ້ຂໍ້ມູນສໍາລັບຈຸດປະສົງທີ່ຕົກລົງກັນໄວ້ເທົ່ານັ້ນ.

(f) ລຶບບັນຊີ Mocha: ທ່ານສາມາດເຂົ້າໄປທີ່ການຕັ້ງຄ່າໃນ Mocha -> ເລືອກບັນຊີ ແລະ ຄວາມເປັນສ່ວນຕົວ -> ເລືອກລຶບບັນຊີ. ເມື່ອຜູ້ໃຊ້ຕັດສິນໃຈລຶບບັນຊີ, ຂໍ້ມູນທັງຫມົດທີ່ເຊື່ອມໂຍງກັບ Facebook ຈາກ Mocha ຈະຖືກລຶບຖິ້ມຫມົດ, ແລະ ຜູ້ໃຊ້ຈະກັບຄືນສູ່ການສ້າງບັນຊີໃຫມ່.

ການປັບປຸງນະໂຍບາຍນີ້

ໃນບາງຄັ້ງ, ເມື່ອການບໍລິການຂອງພວກເຮົາມີການພັດທະນາຕາມນະໂຍບາຍນີ້. ທ່ານຕົກລົງເຫັນດີໃຫ້ພວກເຮົາແຈ້ງໃຫ້ທ່ານຮູ້ກ່ຽວກັບການປ່ຽນແປງທີ່ສຳຄັນຕາມນະໂຍບາຍທີ່ເຮົາຈະຈັດການກັບຂໍ້ມູນສ່ວນໂຕຂອງທ່ານສຳລັບການເເຈ້ງເຕືອນໃນເເອັບ. ກະລຸນາກວດເບິ່ງແອັບເລື້ອຍໆສຳລັບການອັບເດດ.

8. ຕິິດຕໍ່ພວກເຮົາ

- Email: vas@unitel.com.la ຫຼື ສູນດູແລລູກຄ້າ Unitel: 109
ຂອບໃຈທີ່ນຳໃຊ້ຜະລິດຕະພັນ ແລະ ບໍລິການຂອງພວກເຮົາ